ການລົງລາຍເຊັນທາງໄກ ເປັນວິທີທີ່ສະຫຼາດ ໃນການຢັ້ງຢືນຕົວຕົນຂອງທ່ານ

ການລົງເຊັນທາງໄກ ເປັນວິທີທີ່ງ່າຍ, ວ່ອງໄວ ແລະ ປອດໄພທີ່ສຸດ ເພື່ອຢັ້ງຢືນຕົວຕົນຂອງທ່ານທາງອອນລາຍ! ລືມຊື່ຜູ້ໃຊ້ງານ ແລະ ລະຫັດຜ່ານທີ່ສະຫຼັບຊັບຊ້ອນບໍ່? ນີ້ເປັນວິທີທີ່ປອດໄພ ແລະ ງ່າຍຕໍ່ການກວດສອບ ບັນຊີທະນາຄານ, ການເຂົ້າເຖິງບໍລິການເອເລັກໂຕຣນິກ ແລະ ການລົງລາຍເຊັນໃນເອກະສານຕ່າງໆ ຂອງທ່ານ.

ສະດວກສະບາຍ ໃນທຸກທີ່ ທຸກເວລາ

“ການລົງລາຍເຊັນທາງໄກ” ຂອງທ່ານ ແມ່ນຈະຢູ່ໃນອຸປະກອນຂອງທ່ານ - ດັ່ງນັ້ນ ມັນຈຶ່ງງ່າຍໃນການເຂົ້າເຖິງຕະຫຼອດເວລາ.

ງ່າຍຕໍ່ການນຳໃຊ້

ພຽງແຕ່ທ່ານມີການເຊື່ອມຕໍ່ອິນເຕີເນັດ ແລະ ອຸປະກອນຂອງທ່ານ

ຄວາມປອດໄພ

ເປັນວິທີປອດໄພ ໃນການຢັ້ງຢືນຕົວຕົນ ທາງເອເລັກໂຕຣນິກ ເຊິ່ງຖືກຮັບຮອງໂດຍດ້ວຍກົດໝາຍຂອງ ສປປ ລາວ .

ດາວໂຫຼດແອັບຂອງພວກເຮົາ

ແອັບ ຂອງພວກເຮົາແມ່ນມີພ້ອມໃຊ້ງານ

ມັນເຖິງເວລາແລ້ວ ສຳຫຼັບວິທິທາງໃໝ່ໃນການນຳໃຊ້ບໍລິການອີເລັກໂຕນິກ, ຖ້າທ່ານຕ້ອງການເຂົ້າເຖິງບັນຊີທະນາຄານທາງອອນລາຍ ແລະ ການບໍລິການອີເລັກໂຕຣນິກອື່ນໆ ໃນການກົດພຽງແຕ່ສອງ-ສາມຄັ້ງ? ນຳໃຊ້ ແອັບລົງລາຍເຊັນທາງໄກໄດ້ເລີຍ

ການລົງລາຍເຊັນທາງໄກ ແມ່ນເປັນເຄື່ອງມືທີ່ຢັ້ງຢືນຕົວຕົນຟຣີ ໂດຍທີ່ເຈົ້າຂອງ ສະມາສໂຟນ ແລະ ແທັບເລັດທຸກໆຄົນສາມາດນຳໃຊ້ໄດ້, ມັນເປັນວິທີທີ່ງ່າຍ, ສະດວກ ແລະ ປອດໄພ ໃນການເຂົ້າເຖິງການບໍລິການອີເລັກໂຕນິກຕ່າງໆ.

ວິທີການນຳໃຊ້

ມັນເຖິງເວລາແລ້ວສຳຫຼັບວີທີໃໝ່ໃນການນຳໃຊ້ບໍລິການອີເລັກໂຕນິກ!


ທ່ານບໍ່ຈຳເປັນຕ້ອງຈ່າຍຄ່າ ແອັບ ຫຼື ຄ່າບໍລິການ

ເຂົ້າໄປທີ່ຫ້ອງການໜ່ວຍງານຈົດທະບຽນ RSSP

ຫຼັງຈາກເຊັນໃນສັນຍາ ໃຊ້ບໍລິການລົງລາຍເຊັນທາງໄກ, ທ່ານຈະໄດ້ຮັບລະຫັດເປີດໃຊ້ງານ ຜ່ານທາງອີເມວທີ່ລົງທະບຽນ.
ໃນກໍລະນີທີ່ນຳໃຊ້ PKI USIM, ທ່ານຈະໄດ້ຮັບ PKI USIM ໃໝ່ ໂດຍມີຄ່າເລີ່ມຕົ້ນ PIN1 ແມ່ນ 123456

ດາວໂຫຼດແອັບ

ເຂົ້າຮ່ວມການປະຕິວັດດີຈິຕອນ ແລະ ດາວໂຫຼດແອັບ ການລົງລາຍເຊັນທາງໄກ ໃສ່ໃນໂທລະສັບສະມາດໂຟນ ຫຼື ແທບເລັດຂອງທ່ານ! ຮັບປະກັນວ່າທ່ານໄດ້ດາວໂຫຼດແອັບເວີຊັນຫຼ້າແລ້ວ. ການລົງລາຍເຊັນທາງໄກ ແມ່ນເປັນທາງເລືອກເພີ່ມເຕີມ ທີ່ວ່ອງໄວ, ງ່າຍ ແລະ ປອດໄພ ຈາກແບບເດີມ.

ທ່ານສາມາດດາວໂຫຼດແອັບໄດ້ຟຣີ ທີ່ Google Play ແລະ App Store

ລົງທະບຽນສ້າງບັນຊີ

ສ້າງບັນຊີ ການລົງລາຍເຊັນທາງໄກ ຂອງທ່ານຫຼັງຈາກທ່ານໄດ້ຕິດຕັ້ງແອັບໃສ່ໃນໂທລະສັບສະມາດໂຟນ ຫຼື ແທັບເລັດ.

ທ່ານພຽງແຕ່ຢັ້ງຢືນຕົວຕົນຂອງທ່ານຄັ້ງດຽວ, ເລືອກລະຫັດ PIN ໂດຍຄ່າເລີ່ມຕົ້ນແມ່ນ 12345678

ພຽງແຕ່ເຮັດຕາມຄຳແນະນຳທີ່ມີຢູ່ໃນແອັບ ແລະ ທ່ານກໍ່ຈະສຳເລັດການລົງທະບຽນໃນທັນທີ.
ຈື່ໄວ້: ນຳໃຊ້ແອັບເວີຊັນຫຼ້າສຸດຢູ່ສະເໝີ! ຫຼັງຈາກການລົງທະບຽນສຳເລັດ, ທ່ານກໍ່ພ້ອມທີ່ຈະເລີ່ມນຳໃຊ້ງານ ໄດ້ເລີຍ!

ເຊັ່ນດຽວກັນ, ທ່ານສາມາດຢັ້ງຢືນຕົວຕົນຂອງທ່ານ ດ້ວຍການເຂົ້າໄປຫາຕົວແທນໃນທ້ອງຖິ່ນຂອງທ່ານ - ຢ່າລືມເອົາເອກະສານບັດປະຈຳຕົວໄປນຳດ້ວຍ!

ເລີ່ມການນຳໃຊ້

ທ່ານສາມາດນຳໃຊ້ ການລົງລາຍເຊັນທາງໄກ ໃນສະມາດໂຟນ ຫຼື ແທັບເລັດພຽງເຄື່ອງດຽວ ຫຼື ຜ່ານທັງສອງຢ່າງພ້ອມກັນໄດ້ ຂື້ນຢູ່ກັບທ່ານເອງ. ສີ່ງທີ່ທ່ານຈຳເປັນຕ້ອງເຮັດຄືການລົງທະບຽນບັນຊີ ການລົງລາຍເຊັນທາງໄກ ໃໝ່ໃສ່ແຕ່ລະອຸປະກອນທີ່ມີ PKI USIM ແຕກຕ່າງກັນ.

ຂໍ້ກຳນົດສຳລັບການຕິດຕັ້ງ

ຄວາມຕ້ອງການຕ່າງໆຂອງອຸປະກອນສຳລັບການຕິດຕັ້ງແອັບ “ການລົງລາຍເຊັນທາງໄກ”

ອຸປະກອນ ແອນດຣອຍ (Android)

  • ແອນດຣອຍ 4.1 ຫຼື ໃໝ່ກວ່າ
  • ຕ້ອງມີໜ່ວຍຄວາມຈຳຫວ່າງ ~95 MB ສຳລັບ ແອນດຣອຍ 4.x, 16 MB ສຳລັບ ແອນດຣອຍ 5.x
  • ຄວາມລະອຽດຂອງໜ້າຈໍສະແດງຜົນຢ່າງໜ້ອຍຕ້ອງມີ 480 ພິກເຊວ (PX)
  • ຄວາມກ້ວາງຂອງໜ້າຈໍສະແດງຜົນຢ່າງໜ້ອຍຕ້ອງມີ 3.5 ນິ້ວ (8.89 cm)
  • ເປັນອຸປະກອນ ທີ່ໃຊ້ງານໄວຟາຍ ໄດ້, ບໍ່ຈຳເປັນຕ້ອງເປັນອຸປະກອນທີ່ເຊື່ອມຕໍ່ອິນເຕີເນັດໃນມືຖື

ອຸປະກອນໄອໂຟນ(IOS)

  • ໄອໂຟນ 8 ຫລື ໃໝ່ກວ່າ
  • ຕ້ອງມີໜ່ວຍຄວາມຈຳຫວ່າງ ~16 MB
  • ຄວາມລະອຽດຂອງໜ້າຈໍສະແດງຜົນຢ່າງໜ້ອຍຕ້ອງມີ 480 ພິກເຊວ (PX)
  • ຄວາມກ້ວາງຂອງໜ້າຈໍສະແດງຜົນຢ່າງໜ້ອຍຕ້ອງມີ 3.5 ນິ້ວ (8.89 cm)
  • ເປັນອຸປະກອນ ທີ່ໃຊ້ງານໄວຟາຍ ໄດ້, ບໍ່ຈຳເປັນຕ້ອງຕ້ອງເປັນອຸປະກອນທີ່ເຊື່ອມຕໍ່ອິນເຕີເນັດໃນມືຖື

ຄຳຖາມທີ່ຖືກຖາມເລື້ອຍໆ

ຕິດຕໍ່ພວກເຮົາ

ຂໍ້ຄວາມ

ທີ່ຢູ່

ຫ້ອງການພວກເຮົາ

ບ້ານ ສາຍລົມ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ

ເບີຕິດຕໍ່

+ 85621 254150

ສົ່ງຂໍ້ຄວາມຂອງທ່ານມາທີ່າ

lanic_office@lanic.la

ເວລາເຮັດວຽກຂອງພວກເຮົາ

ແຕ່ວັນຈັນຫາວັນສຸກ ເວລາ 8:30 ຫາ 16:00